1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 19 ແຕ່ເຈົ້າຖາມວ່າ, 'ເປັນຫຍັງລູກຊາຍຈຶ່ງບໍ່ໄດ້ຮ່ວມຮັບໂທດຍ້ອນຄວາມຜິດຂອງພໍ່?' ເພາະລູກຊາຍໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ຊອບທຳ ແລະ ໄດ້ເຮັດຮັກສາກົດເກນຂອງເຮົາທັງຫມົດ; ແລະ ລາວໄດ້ປະພຶດຕາມຢ່າງຄົບຖ້ວນ. ດັ່ງນັ້ນ ລາວຈຶ່ງຈະມີຊີວິດຢູ່ຢ່າງແນ່ນອນ! \v 20 ຜູ້ໃດເຮັດບາບ, ຜູ້ນັ້ນຈະຕ້ອງຕາຍ. ລູກຊາຍບໍ່ຕ້ອງໄດ້ຮ່ວມຮັບໂທດຍ້ອນຄວາມຜິດຂອງພໍ່, ແລະ ພໍ່ຈະບໍ່ໄດ້ຮ່ວມຮັບໂທດຍ້ອນຄວາມຜິດຂອງລູກຊາຍ. ຄົນຊອບທຳຈະໄດ້ຮັບຜົນແຫ່ງຄວາມຊອບທຳຂອງເຂົາເອງ, ແລະ ຄົນຊົ່ວກໍຈະໄດ້ຮັບການລົງໂທດຈາກການຊົ່ວຮ້າຍຂອງເຂົາເອງ. |