lo_ezk_text_ulb_l3/14/07.txt

1 line
1.5 KiB
Plaintext

\v 7 ເພາະ­ວ່າ​ທຸກຄົນ​ໃນ​ເຊື້ອ­ສາຍ​ອິດສະຣາເອນ ແລະ ຊາວຕ່າງຊາດທຸກຄົນທີ່ອາໄສ​ຢູ່­ໃນ​ອິດສະຣາເອນ ຄືຜູ້ປະຖິ້ມເຮົາ, ຜູ້ທີ່ຖືເອົາ​ຮູບ​ເຄົາ­ລົບ​​ໄວ້​ໃນ​ໃຈຂອງ­ຕົນ ແລະ ​ເອົາຄວາມ​ຊົ່ວ­ຊ້າ​ທີ່ເຮັດໃຫ້​​​ສະ­ດຸດ​ໄວ້​ຕໍ່ຫນ້າ​ຂອງ­ຕົນ, ແລະ ຜູ້ທີ່​ຍັງ​ຈະ​ມາ​ຫາ​ຜູ້­ປະ­ກາດ­ພຣະ­ທຳ ເພື່ອສະແຫວງຫາ​ເຮົາ — ເຮົາ, ​ແມ່ນ​ພຣະ­ຢາເວ, ​ຈະ​ຕອບ​ຄົນ​ນັ້ນ​ເອງ. \v 8 ດັ່ງນັ້ນ ​ເຮົາ​ຈະ​ມຸ່ງ​ຫນ້າ​ຂອງ​ເຮົາ​ຕໍ່­ສູ້​ຄົນ​ນັ້ນ ແລະ ​ເຮັດ­ໃຫ້​ລາວ​ເປັນ​ຫມາຍ​ສຳ­ຄັນ ແລະ ​ສຸ­ພາ­ສິດ, ເພາະເຮົາ​ຈະ​ຕັດ​ລາວ​ອອກ​ເສຍ​ຈາກ​ທ່າມ­ກາງ​ປະ­ຊາ­ຊົນ​ຂອງ​ເຮົາ, ແລະ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຢາເວ.