1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 21 ພຣະທຳຂອງພຣະຢາເວມາເຖິງຂ້ານ້ອຍອີກຄັ້ງ, ກ່າວວ່າ, \v 22 "ບຸດຂອງມະນຸດເອີຍ, ສຸພາສິດອັນໃດທີ່ເຈົ້າມີໃນແຜ່ນດິນອິດສະຣາເອນທີ່ເວົ້າວ່າ, ‘ວັນເຫລົ່ານັ້ນກໍໄກອອກໄປ ແລະ ນິມິດທຸກຢ່າງກໍສະລາຍໄປ?’ \v 23 ສະນັ້ນ, ຈົ່ງກ່າວແກ່ຄົນທັງຫລາຍວ່າ, ພຣະຢາເວ ອົງພຣະຜູ້ເປັນເຈົ້າ ຊົງກ່າວວ່າ: ເຮົາຈະໃຫ້ສຸພາສິດບົດນີ້ສິ້ນສຸດລົງ, ແລະ ປະຊາຊົນແຫ່ງອິດສະຣາເອນ ຈະບໍ່ໃຊ້ມັນອີກຕໍ່ໄປ.' ແຕ່ຈົ່ງກ່າວແກ່ພວກເຂົາວ່າ, ‘ວັນເຫລົ່ານັ້ນກໍໃກ້ເຂົ້າມາ ຄືເວລາທີ່ນິມິດທຸກຢ່າງກໍເປັນຈິງແລ້ວ. |