1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 26 ໄພພິບັດເຫນືອໄພພິບັດມາເຖິງແລ້ວ, ແລະ ຈະມີຂ່າວລືຫລັງຈາກຂ່າວລືເກີດຂື້ນ. ແລ້ວພວກເຂົາຈະສະແຫວງຫານິມິດຈາກຜູ້ປະກາດພຣະທຳ, ແຕ່ການສອນພຣະບັນຍັດຈະພິນາດໄປຈາກປະໂລຫິດ ແລະ ຄຳແນະນຳຈາກພວກຜູ້ອາວຸໂສ. \v 27 ກະສັດຈະໂສກເສົ້າ ແລະ ເຈົ້າຊາຍຈະນຸ່ງຫົ່ມຢ່າງສິ້ນຫວັງ, ໃນຂະນະທີ່ມືຂອງປະຊາຊົນແຫ່ງແຜ່ນດິນຈະສັ່ນສະທ້ານຢ້ານກົວ. ເຮົາຈະເຮັດສີ່ງນີ້ແກ່ພວກເຂົາຕາມວິຖີທາງຂອງພວກເຂົາ! ເຮົາຈະພິພາກສາພວກເຂົາຕາມມາດຕະຖານຂອງພວກເຂົາ ຈົນກວ່າພວກເຂົາຈະຮູ້ວ່າ ເຮົາແມ່ນພຣະຢາເວ.” |