1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 27 ເບິ່ງແມ! ເຮົາຈະຕີເຈົ້າດ້ວຍມືຂອງເຮົາ ແລະຕັດອາຫານຂອງເຈົ້າ.ເຮົາຈະມອບຊີວິດຂອງເຈົ້າໃຫ້ແກ່ສັດຕູຂອງເຈົ້າ, ຄືບັນດາລູກສາວຄົນຟີລິດສະຕີນ, ຜູ້ຊຶ່ງຕົກຕະລືງລະອາຍໃນໃຈໃນການປະພຶດອັນຫນ້າອັບອາຍຂອງເຈົ້າ. \v 28 ເຈົ້າເຮັດຕົວຄືໂສເພນີກັບຄົນອັດຊີເຣຍດ້ວຍ ເພາະວ່າເຈົ້າບໍ່ຮູ້ຈັກອີ່ມໃນກາມ ແລະເຈົ້າເຮັດຕົວຄືໂສເພນີ ເຖິງປານນັ້ນເຈົ້າກໍຍັງບໍ່ອີ່ມໃຈ. \v 29 ເຈົ້າຍັງທະວີການຫລິ້ນຊູ້ຂອງເຈົ້າໃນແຜ່ນດິນພໍ່ຄ້າການາອານກັບຄົນບາບີໂລນ ເຖິງແມ່ນກັບແຜ່ນດິນນີ້ເຈົ້າກໍຍັງບໍ່ອີ່ມໃຈ. |