lo_ezk_text_ulb_l3/35/10.txt

1 line
1.4 KiB
Plaintext

\v 10 ເຈົ້າໄດ້ກ່າວ​ວ່າ, ‘ປະ­ຊາ­ຊາດ​ທັງ​ສອງ​ນີ້ ແລະ​ແຜ່ນດິນ​ທັງ​ສອງ​ນີ້​ຈະ​ຕ້ອງ​ເປັນ​ຂອງ​ເຮົາ ແລະເຮົາ​ຈະ​ເອົາ​ພວກ­ເຂົາ​ມາ​ເປັນ​ກຳ­ມະ­ສິດ’ ເຖິງ​ແມ່ນ​ພຣະຢາເ​ວສະ­ຖິດກັວພວກເຂົາ. \v 11 ເພາະ­ສະ­ນັ້ນ ນີ້ເປັນຄຳປະກາດຂອງພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​: ເຮົາ​ມີ­ຊີ­ວິດ​ຢູ່ແນ່ນອນ​ສັນ­ໃດ, ດັ່ງນັ້ນເຮົາ​ຈະ​ເຮັດ​ຕໍ່​ເຈົ້າ​ຕາມ​ຄວາມ​ຄຽດ​ຮ້າຍ ​ແລະ​ຄວາມ​ອິດ­ສາ​ຂອງ​ເຈົ້າ, ຊຶ່ງ​ເຈົ້າ​ໄດ້​ສະ­ແດງຕໍ່ພວກເຂົາເພາະ​ຄວາມ​ກຽດ­ຊັງ​ຂອງ​ເຈົ້າ, ແລ້ວ​​ເຮົາສະແດງຕົວ​ຂອງ​ເຮົາ​ໃນ​ຫມູ່​ພວກ­ເຂົາ ເມື່ອເຮົາ​ພິ­ພາກ­ສາ​ເຈົ້າສັນນັ້ນ.