1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 7 ເຮົາຈະເຮັດໃຫ້ພູເຂົາເສອີຮ້າງເປົ່າ ເມື່ອເຮົາຈະຕັດຜູ້ທີ່ໄດ້ຜ່ານໄປ ແລະກັບມາອີກຄັ້ງ. \v 8 ແລ້ວເຮົາຈະເຮັດໃຫ້ພູເຂົາຂອງເຈົ້ານັ້ນເຕັມດ້ວຍຜູ້ຖືກຂ້າ. ພວກຜູ້ທີ່ຖືກຂ້າດ້ວຍດາບຈະລົ້ມລົງຕາມໂນນພູສູງ ແລະຕາມພູເຂົາຂອງເຈົ້າ ແລະໃນຫ້ວຍທັງຫມົດຂອງເຈົ້າ. \v 9 ເຮົາຈະເຮັດໃຫ້ເຈົ້າເປັນບ່ອນຮ້າງເປົ່າເປັນນິດ ແລະຈະບໍ່ມີຄົນອາໄສຕາມເມືອງທັງຫລາຍຂອງເຈົ້າ, ແລ້ວເຈົ້າຈະຮູ້ວ່າ ເຮົາແມ່ນພຣະຢາເວ. |