lo_ezk_text_ulb_l3/22/01.txt

1 line
1.3 KiB
Plaintext

\c 22 \v 1 ແລ້ວ ພຣະ­ຄຳຂອງ​ພຣະຢາເວ​ມາ​ເຖິງ​ຂ້ານ້ອຍ, ​ກ່າວວ່າ, \v 2 ບັດນີ້, ບຸດແຫ່ງມະນຸດເອີຍ, ເຈົ້າຈະ​​ພິ­ພາກ­ສາ​ບໍ? ເຈົ້າ​ຈະ​ພິ­ພາກ­ສາ​ເມືອງ​ທີ່​ເປິ­ະເປື້ອນ​ດ້ວຍ​ເລືອດ​ນັ້ນ​ບໍ? ​ຈົ່ງ​ບອກໃຫ້ເມືອງນີ້ໄດ້ຮູ້ເຖິງພຶດຕະກຳອັນ​​ຫນ້າ​ກຽດ­ຊັງ​ທັງຫລາຍຂອງ​ເມືອງ​ນັ້ນ​. \v 3 ເຈົ້າຈົ່ງກ່າວ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ນີ້​ເປັນ​ເມືອງ​ທີ່​ຫລັ່ງ​ເລືອດ​ໃນທ່າມກາງເມືອງນັ້ນ ເພື່ອ​ເວ­ລາ​ຂອງເມືອງນັ້ນຈະມາເຖິງ; ຄືເມືອງນັ້ນທີ່ເຮັດ​ຮູບ​ເຄົາ­ລົບ​ ແລະປອ່ຍຕົນໃຫ້ເປັນ​ມົນ­ທິນ.