1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 8 ດັ່ງນັ້ນ ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ! ເຮົາຈະນຳດາບມາເຫນືອເຈົ້າ. ເຮົາຈະຟັນທັງມະນຸດ ແລະສັດໃຫ້ຂາດຈາກເຈົ້າ. \v 9 ດັ່ງນັ້ນ ແຜ່ນດິນເອຢິບຈະເປັນບ່ອນຮ້າງເປົ່າ ແລະເປັນຊາກຫັກພັງ. ແລ້ວພວກເຂົາທັງຫລາຍຈະຮູ້ວ່າ ເຮົາແມ່ນພຣະຢາເວ, ເພາະສັດຮ້ານໃນທະເລໄດ້ກ່າວວ່າ, ‘ແມ່ນ້ຳນີ້ເປັນຂອງຂ້າ ເພາະຂ້າສ້າງມັນຂື້ນມາ’. \v 10 ເຫດສະນັ້ນ ເບິ່ງແມ! ເຮົາເປັນສັດຕູກັບເຈົ້າ ແລະກັບແມ່ນ້ຳທັງຫລາຍຂອງເຈົ້າ, ດັ່ງນັ້ນ ເຮົາຈະເຮັດໃຫ້ແຜ່ນດິນເອຢິບຮົກຮ້າງ ແລະເປົ່າວ່າງ, ແລະເຈົ້າຈະກາຍເປັນແຜ່ນດິນຮ້າງເປົ່າ ຕັ້ງແຕ່ມິກໂດນໄປຮອດສີເອເນ ແລະຈົນໄປເຖິງເຂດແດນຂອງດູ. |