1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 16 ປະຊາຊົນທັງຫມົດແຫ່ງແຜ່ນດິນນີ້ຈະມອບເຄື່ອງຖວາຍພິເສດແກ່ເຈົ້າເມືອງແຫ່ງອິດສະຣາເອນ. \v 17 ມັນເປັນຫນ້າທີ່ຂອງເຈົ້າເມືອງທີ່ຈະຈັດຕຽມສັດສຳລັບເຄື່ອງເຜົາບູຊາ, ເຄື່ອງບູຊາພືດຜົນເປັນເມັດ, ແລະ ເຄື່ອງດື່ມບູຊາ ຊຶ່ງໃນງານເທດສະການທັງຫລາຍ ໃນວັນຂຶ້ນຫນຶ່ງຄ່ຳ ແລະວັນສະບາໂຕທັງຫລາຍນີ້ຄື ເທດສະການທີ່ກຳນົດໄວ້ສຳລັບເຊື້ອສາຍອິດສະຣາເອນ. ເຂົາຈັດຕຽມເຄື່ອງບູຊາໄຖ່ບາບ, ເຄື່ອງບູຊາພືດຜົນເປັນເມັດ, ເຄື່ອງເຜົາບູຊາ ແລະເຄື່ອງສັນຕິບູຊາ ເພື່ອເຮັດການລົບລ້າງບາບແທນເຊື້ອສາຍອິດສດຣາເອນ. |