lo_ezk_text_ulb_l3/23/24.txt

1 line
1.5 KiB
Plaintext

\v 24 ພວກ­ເຂົາ​ຈະ​ມາ​ຕໍ່­ສູ້​ເຈົ້າດ້ວຍ​ອາ­ວຸດທັງຫມົດ, ດ້ວຍລົດມ້າ­ຮົບ ແລະກວຽນ, ແລະ​ພ້ອມຊົນ­ຊາດ​ທັງ­ຫລາຍ​ເປັນ​ຈຳ­ນວນ​ຫລາຍ. ພວກ­ເຂົາ​ຈະ​ໃຊ້ໂລ່ໃຫ່ຍ, ໂລເລັກ, ແລະ​ຫມວກ​ເຫລັກຕັ້ງຕົນຕໍ່ສູ້ກັບເຈົ້າທຸກດ້ານ. ເຮົາຈະມອບໂອກາດໃຫ້ເຂົາລົງໂທດເຈົ້າ, ແລະພວກເຂົາຈະລົງໂທດເຈົ້າ ດ້ວຍການກະທຳຂອງເຂົາ. \v 25 ເພາະເຮົາ​ຈະ​ມຸ່ງ​ຄວາມຫວງແຫນຂອງເຮົາຕໍ່ເຈົ້າ​ແລະ​ພວກ­ເຂົາ​ຈະ​ເຮັດ​ກັບ​ເຈົ້າ​ດ້ວຍ​ຄວາມໂກດ. ພວກ­ເຂົາ​ຈະ​ຕັດ​ດັງ ແລະ​ຕັດ​ຫູ​ຂອງ​ເຈົ້າ​ອອກ​ເສຍ, ແລະພວກເຈົ້າທີ່​ລອດ​ຈະ​ລົ້ມ­ລົງ​ດ້ວຍ​ດາບ. ພວກ­ເຂົາ​ຈະ​ຈັບ​ລູກ­ຊາຍ, ແລະ​ລູກ­ສາວທັງຫລາຍ​ຂອງ​ເຈົ້າ, ແລະພວກເຈົ້າທີ່ລອດ​ຈະ​ຖືກ​ເຜົາ​ດ້ວຍ​ໄຟ.