3 lines
2.5 KiB
Plaintext
3 lines
2.5 KiB
Plaintext
ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວດັ່ງນີ້ວ່າ ຖ້າເຈົ້ານາຍນຳເອົາສ່ວນໜຶ່ງຂອງມໍລະດົກຂອງເພິ່ນມາມອບໃຫ້ແກ່ລູກຊາຍເປັນຂອງຂວັນ ກໍໃຫ້ຂອງນັ້ນຕົກເປັນຂອງລູກຊາຍຂອງເພິ່ນໂດຍມໍລະດົກນັ້ນເປັນຊັບສິນຂອງຕົນຕາມມໍລະດົກ
|
|
17 ແຕ່ຖ້າເພິ່ນນຳເອົາສ່ວນໜຶ່ງຂອງມໍລະດົກຂອງຕົນມາມອບໃຫ້ຄົນໃຊ້ຂອງເພິ່ນຄົນໜຶ່ງເປັນຂອງຂວັນ ຂອງນັ້ນຈະເປັນຂອງຄົນໃຊ້ຈົນເຖິງປີອິດສະຫລະພາບ ແລ້ວຂອງນັ້ນຈະກັບມາເປັນຂອງເຈົ້ານາຍ ສະເພາະລູກຊາຍຂອງເພິ່ນເທົ່ານັ້ນທີ່ຈະເກັບສ່ວນມໍລະດົກຂອງເພິ່ນມາເປັນຂອງຂວັນໄດ້
|
|
18 ຫລາຍກວ່ານັ້ນອີກ ເຈົ້ານາຍຈະຍຶດສິ່ງໃດອັນເປັນມໍລະດົກຂອງປະຊາຊົນບໍ່ໄດ້ ໂດຍໄລ່ປະຊາຊົນອອກໄປຈາກຊັບສິນທີ່ດິນຂອງເຂົາ ແຕ່ເພິ່ນຈະຕ້ອງມອບຊັບສິນຂອງຕົນເອງໃຫ້ເປັນມໍລະດົກແກ່ລູກຊາຍຂອງເພິ່ນ ເພື່ອວ່າຈະບໍ່ມີປະຊາຊົນຂອງເຮົາຈັກຄົນໜຶ່ງທີ່ຕ້ອງຖືກຂັບໄລ່ຈາກກຳມະສິດຂອງຕົນ” |