1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 3 ແລ້ວພຣະສະຫງ່າຣາສີຂອງພຣະເຈົ້າແຫ່ງອິດສະຣາເອນກໍໄດ້ເຄື່ອນຂຶ້ນຈາກເຫລົ່າເຄຣຸບທີ່ເຄີຍສະຖິດໄປຍັງປະຕູພຣະວິຫານ. ພຣະອົງກ່າວຕໍ່ຊາຍຜູ້ທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຖືຫີບເຄື່ອງຂຽນຢູ່ຂ້າງເຂົານັ້ນ. \v 4 ພຣະຢາເວຊົງກ່າວກັບເຂົາວ່າ, “ຈົ່ງຜ່ານທ່າມກາງເມືອງ—ຈົ່ງໄປກາງນະຄອນເຢຣູຊາເລມ—ແລະ ເຮັດເຄື່ອງຫມາຍໄວ້ທີ່ຫນ້າຜາກຂອງປະຊາຊົນຜູ້ທີ່ໂສກເສົ້າ ແລະ ຄໍ່າຄວນ ຍ້ອນສິ່ງຫນ້າກຽດຊັງທັງຫມົດທີ່ຄົນທັງຫລາຍໄດ້ເຮັດກັນໃນທ່າມກາງເມືອງນີ້." |