1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 26 ເຮົ່ຈະໃຫ້ໃຈໃຫມ່ແກ່ພວກເຈົ້າ ແລະເຮົາຈະບັນຈຸຈິດວິນຍານໃຫມ່ໄວ້ພາຍໃນພວກເຈົ້າ, ເຮົາຈະນຳຫີນອອກຈາກເນື້ອຂອງພວກເຈົ້າ ແລະໃຫ້ໃຈເນື້ອແກ່ພວກເຈົ້າ. \v 27 ເຮົາຈະໃສ່ຈິດວິນຍານຂອງເຮົາໄວ້ພາຍໃນພວກເຈົ້າ, ແລ້ວເຮັດໃຫ້ພວກເຈົ້າດຳເນີນຕາມກົດເກນຂອງເຮົາ ແລະຮັກສາກົດຫມາຍຂອງເຮາ. ດັ່ັງນັ້ນ ພວກເຈົ້າຈະເຮັດຕາມສິ່ງເຫລົ່ານັ້ນ. \v 28 ແລ້ວພວກເຈົ້າຈະອາໄສຢູ່ໃນແຜ່ນດິນທີ່ເຮົາໄດ້ມອບໃຫ້ແກ່ບັນພະບູລຸດຂອງພວກເຈົ້າ; ແລະພວກເຈົ້າຈະເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. |