lo_ezk_text_ulb_l3/36/10.txt

1 line
1.8 KiB
Plaintext

\v 10 ດັ່ງນັ້ນ ພວກເຈົ້າພູເຂົາເອີຍ, ເຮົາ​ຈະ​ເພີ່ມ​ເຕີມຈຳນວນປະຊາຊົນ​ໃຫ້​ແກ່​ພວກເຈົ້າ ຄື​ບັນ­ດາ​ເຊື້ອ­ສາຍ​ຄົນ​ອິດສະຣາເອນ, ​ເມືອງທັງຫລາຍ ຈະ​ມີ­ຄົນ​ມາ​ອາ​ໃສ​ຢູ່ ແລະ​ສະ­ຖານ­ທີ່​ອັນ​ຮ້າງ​ເປົ່າ​ຈະ​ຖືກ​ສ້າງ​ຂຶ້ນ​ມາ​ໃຫມ່. \v 11 ເຮົາ​ຈະ​ເພີ່ມ​ເຕີມ​ທັງ​ຄົນ ແລະ​ສັດ​ໃຫ້​ແກ່​ພວກເຈົ້າ ເພື່ອພວກເຈົ້າເພີ່ມພູນຂື້ນ ແລະຈະ​ອອກ​ແມ່​ແຜ່​ລູກ. ແລະ​ເຮົາຈະເປັນເຫດໃຫ້ຳວກເຈົ້າຮຸ່ງເຮືອງຫລາຍກວ່າກ່ອນ. ແລ້ວພວກເຈົ້າ ຈະຮູ້ວ່າ ເຮົາແມ່ນ​​ພຣະຢາເວ. \v 12 ເຮົາ​ຈະ­ນຳ​ຄົນມາ​ຍ່າງ​ຢູ່​ເທິງພວກ​ເຈົ້າ, ຄື​ອິດສຣະາເອນ​ປະຊາຊົນ​ຂອງ​ເຮົາ​ດ້ວຍ, ແລະ​ພວກ­ເຂົາ​ຈະ​ໄດ້​ເຈົ້າ​ເປັນ​ກຳ­ມະ­ສິດ ແລະພວກ​ເຈົ້າ​ກໍ​ຈະ​ກາຍ­ເປັນ​ມໍ­ລະ­ດົກ​ຂອງ​ພວກ­ເຂົາ, ແລະພວກເຈົ້າ​ຈະ​ບໍ່ເປັນເຫດໃຫ້​ລູກຫລານ​ຂອງ​ພວກ­ເຂົາຕ້ອງຕາຍອີກ​ໄປ​ອີກ.