lo_ezk_text_ulb_l3/21/01.txt

1 line
1.2 KiB
Plaintext

\c 21 \v 1 ແລ້ວ ພຣະຄໍາ​ຂອງ​ພຣະ­ຢາເວ​ມາ​ເຖິງ​ຂ້າ­ນ້ອຍວ່າ, ກ່າວວ່າ, \v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ມຸ້ງ​ຫນ້າ​ຂອງ​ເຈົ້າ​ຕໍ່­ສູ້​ນະຄອນເຢ­ຣູ­ຊາ­ເລັມ, ແລະ​ ກ່າວ​ໂທດ​ສະ­ຖານ­ທີ່​ນະມັດສະການ​ທັງ­ຫລາຍ; ຈົ່ງ​ທຳນວາຍຕໍ່ສູ້​ແຜ່ນ­ດິນ​ອິດສະຣາເອນ. \v 3 ແລະ​ຈົ່ງກ່າວ​ແກ່​ແຜ່ນ­ດິນ​ອິດສະຣາເອນ​ວ່າ, 'ພຣະຢາເວຊົງ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ໋! ເຮົາຈະຕໍ່ສູ້​ກັບ​ເຈົ້າ! ເຮົາ​ຈະ​ຖອດ​ດາບ​ຂອງ​ເຮົາ​ອອກ­ຈາກ​ຝັກ ແລະ​ ເຮົາ​ຈະ​ຕັດ​ທັງ​ຄົນ​ຊອບ­ທຳ ແລະ​ ຄົນ​ຊົ່ວ​ອອກ­ຈາກ​ເຈົ້າເສຍ!