1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 4 ສະນັ້ນ ຈົ່ງປະກາດສິ່ງນີ້ແກ່ພວກເຂົາ, ແລະ ຈົ່ງກ່າວແກ່ພວກເຂົາວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ: ຜູ້ຊາຍແຕ່ລະຄົນໃນເຊື້ອສາຍອິດສະຣາເອນເອົາຮູບເຄົາລົບຕ່າງໆໄວ້ໃນໃຈຂອງຕົນ, ຫລື ຜູ້ໃດເອົາສິ່ງຄວາມຊົ່ວຊ້າຊຶ່ງເຮັດໃຫ້ສະດຸດໄວ້ຕໍ່ຫນ້າຕົນເອງ, ແລະ ຍັງມາຫາຜູ້ປະກາດພຣະທຳ — ເຮົາ, ແມ່ນພຣະຢາເວ ຈະຕອບເຂົາເອງກ່ຽວກັບຮູບເຄົາລົບຫລວງຫລາຍຂອງເຂົາ. \v 5 ເຮົາຈະເຮັດເຊັ່ນນີ້ ເພື່ອເຮົາຈະເອົາຫົວໃຈຂອງເຊື້ອສາຍອິດສະຣາເອນ ທີ່ໄປຫ່າງໄກຈາກເຮົາ ເນື່ອງຈາກຮູບເຄົາລົບຂອງພວກເຂົາ ນັ້ນກັບຄືນມາ.' |