1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 26 ອີກຄັ້ງທີ່ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍວ່າ, \v 27 “ບຸດແຫ່ງມະນຸດເອີຍ! ເບິ່ງແມ໋, ເຊື້ອສາຍຂອງອິດສະຣາເອນເວົ້າວ່າ, ‘ນິມິດ ທີ່ລາວເຫັນເປັນເລື່ອງໃນອີກຫລາຍວັນນັບຈາກຕອນນີ້, ແລະ ລາວທຳນວາຍເຖິງເລື່ອງທີ່ຍັງຫ່າງໄກ.’ \v 28 ເພາະສະນັ້ນ ຈົ່ງກ່າວແກ່ພວກເຂົາວ່າ, ພຣະຢາເວ ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ: ຖ້ອຍຄຳຂອງເຮົາຈະບໍ່ຊັກຊ້າອີກຕໍ່ໄປ, ແຕ່ຖ້ອຍຄຳທີ່ເຮົາກ່າວອອກໄປນັ້ນຈະຕ້ອງສຳເລັດແທ້—ນີ້ເປັນການປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.” |