1 line
1.5 KiB
Plaintext
1 line
1.5 KiB
Plaintext
\c 13 \v 1 ອີກຄັ້ງ, ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ, ກ່າວວ່າ, \v 2 “ບຸດແຫ່ງມະນຸດເອີຍ, ຈົ່ງທຳນວາຍຕໍ່ສູ້ບັນດາຜູ້ປະກາດພຣະຄຳທີ່ທຳນວາຍໃນອິດສະຣາເອນ, ແລະຈົ່ງກ່າວແກ່ຄົນເຫລົ່ານັ້ນທີ່ກຳລັງທຳນວາຍຕາມຈິນຕະນາການຂອງຕົນວ່າ ‘ຈົ່ງຟັງຖ້ອຍຄຳຂອງພຣະຢາເວ. \v 3 ພຣະຢາເວ ອົງພຣະຜູ້ເປັນເຈົ້າ ຊົງກ່າວດັ່ງນີ້ວ່າ: ວິບັດແກ່ເຫລົ່າຜູ້ປະກາດພຣະຄຳໂງ່ຈ້າ ຊຶ່ງເຮັດຕາມວິນຍານຂອງພວກເຂົາເອງ, ແຕ່ບໍ່ເຄີຍໄດ້ເຫັນຫຍັງເລີຍ. \v 4 ອິດສະຣາເອນເອີຍ, ພວກຜູ້ປະກາດພຣະທຳຂອງພວກເຈົ້າເປັນເຫມືອນດັ່ງຫມາຈິ້ງຈອກຢູ່ທ່າມກາງສິ່ງທີ່ຮົກຮ້າງເພພັງ. |