1 line
1.7 KiB
Plaintext
1 line
1.7 KiB
Plaintext
\c 4 \v 1 ແຕ່ເຈົ້າ, “ບຸດແຫ່ງມະນຸດເອີຍ, ຈົ່ງເອົາກ້ອນດິນຈີ່ມາວາງໄວ້ຕໍ່ຫນ້າເຈົ້າ. ແລະ ແກະຮູບນະຄອນເຢຣູຊາເລັມໄວ້ເທິງນັ້ນ. \v 2 ແລ້ວວາງອ້ອມນະຄອນນັ້ນໄວ້ ແລະ ສ້າງປ້ອມປາການອ້ອມໄວ້ຮອບນະຄອນນັ້ນດ້ວຍ. ກໍ່ກອງດິນໄວ້ເປັນເນີນຕໍ່ສູ້ນະຄອນນັ້ນ ແລະ ຕັ້ງຄ້າຍພັກອ້ອມນະຄອນນັ້ນໄວ້. ຈົ່ງຕັ້ງເຄື່ອງທຳລາຍກຳແພງໄວ້ຮອບນະຄອນ. \v 3 ແລ້ວເຈົ້າຈົ່ງເອົາແຜ່ນເຫລັກມາໄວ້ສຳລັບໂຕເຈົ້າ ແລະ ເຮັດໃຫ້ມັນເປັນກຳແພງເຫລັກລະຫວ່າງເຈົ້າກັບນະຄອນນັ້ນ, ແລະ ຈົ່ງຫັນຫນ້າຂອງເຈົ້າຕໍ່ສູ້ນະຄອນນັ້ນ, ເພື່ອເຮັດໃຫ້ນະຄອນນັ້ນຖືກອ້ອມໄວ້, ແລະ ເຈົ້າຈົ່ງອ້ອມນະຄອນນັ້ນໄວ້. ນີ້ເປັນຫມາຍສຳຄັນສຳລັບເຊື້ອສາຍອິດສະຣາເອນ. |