1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 4 ຕໍ່ມາພຣະເຈົ້າຊົງກ່າວກັບຂ້ານ້ອຍວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງໄປຫາປະຊາຊົນອິດສະຣາເອນ ແລະ ກ່າວພຣະຄຳຂອງເຮົາໃຫ້ພວກເຂົາຟັງ. \v 5 ເຮົາຈະບໍ່ສົ່ງເຈົ້າໄປຫາຊົນຊາດທີ່ເວົ້າພາສາຕ່າງປະເທດ ແລະ ຍາກໆ, ແຕ່ຈະສົ່ງໄປຫາເຊື້ອສາຍຂອງອິດສະຣາເອນ— \v 6 ເຮົາຈະບໍ່ໄດ້ສົ່ງເຈົ້າໄປຫາຊົນຊາດທີ່ມີອຳນາດ ທີ່ເວົ້າພາສາຕ່າງປະເທດ ຫລື ພາສາຍາກໆ, ຊຶ່ງເຈົ້າຟັງບໍ່ເຂົ້າໃຈ! ເຖິງເຮົາສົ່ງເຈົ້າໄປຫາຄົນພວກນັ້ນ, ພວກເຂົາກໍຈະຟັງເຈົ້າ. \v 7 ແຕ່ປະຊາຊົນອິດສະຣາເອນ ຈະບໍ່ຍອມຟັງເຈົ້າ, ເພາະພວກເຂົາບໍ່ເຕັມໃຈຈະຟັງເຮົາ. ເພາະວ່ເຊື້ອສາຍອິດສະຣາເອນທັງຫມົດນັ້ນເປັນຄົນແຂງກະດ້າງ ແລະ ໃຈແຂງ. |