1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 4 ຕໍ່ມາພຣະເຈົ້າຊົງກ່າວກັບຂ້ານ້ອຍວ່າ, “ບຸດແຫ່ງມະນຸດເອີຍ, ບັດນີ້ຈົ່ງໄປຫາປະຊາຊົນອິດສະຣາເອນ ແລະກ່າວພຣະຄຳຂອງເຮົາໃຫ້ພວກເຂົາຟັງ. \v 5 ເຮົາຈະບໍ່ສົ່ງເຈົ້າໄປຫາຊົນຊາດທີ່ເວົ້າພາສາຕ່າງປະເທດ ແລະຍາກໆ ແຕ່ຈະສົ່ງໄປຫາປະຊາຊາດອິດສະຣາເອນ. \v 6 ເຮົາຈະບໍ່ໄດ້ສົ່ງເຈົ້າໄປຫາຊົນຊາດທີ່ມີອຳນາດ ທີ່ເວົ້າພາສາຕ່າງປະເທດ ຫລືພາສາຍາກໆ ຊຶ່ງເຈົ້າຟັງບໍ່ເຂົ້າໃຈ! ເຖິງວ່າເຮົາສົ່ງເຈົ້າໄປຫາຄົນພວກນັ້ນ ພວກເຂົາຍັງຈະຟັງເຈົ້າ. \v 7 ສ່ວນປະຊາຊົນອິດສະຣາເອນ ຈະບໍ່ຍອມຟັງເຈົ້າ, ເພາະພວກເຂົາບໍ່ເຕັມໃຈຈະຟັງເຮົາ. ເພາະວ່ເຊື້ອສາຍອິດສະຣາເອນທັງຫມົດນັ້ນເປັນຄົນຫົວດື້ ແລະໃຈແຂງ. |