1 line
1.9 KiB
Plaintext
1 line
1.9 KiB
Plaintext
\v 15 ດັ່ງນັ້ນ ເຢຣູຊາເລັມ ຈະກາຍເປັນສິ່ງຄົນທັງຫລາຍປະນາມ ແລະເຍາະເຍີ້ຍ, ທັງເປັນການຕັກເຕືອນແລະເປັນຄວາມກຽດຊັງຕໍ່ປະຊາຊາດທີ່ຢູ່ອ້ອມຮອບເຈົ້າ. ເຮົາຈະພິພາກສາລົງໂທດເຈົ້າດ້ວຍຄວາມໂກດຮ້າຍ ແລະ ຢ່າງຮ້າຍກາດ, ແລະດ້ວຍການຕີສອນຢ່າງຮ້າຍກາດ — ເຮົາ, ແມ່ນພຣະຢາເວໄດ້ປະກາດດັ່ງນີ້! \v 16 ເຮົາຈະປ່ອຍລູກຫນ້າທະນູແຫ່ງໄພອຶດຫິວຕໍ່ສູ້ເຈົ້າທີ່ຈະກາຍເປັນວິທີຊຶ່ງເຮົາຈະທຳລາຍເຈົ້າ. ແລ້ວເຮົາເພີ່ມການອຶດຫິວໃນເຈົ້າ ແລະ ທຳລາຍອາຫານຫລັກຂອງພວກເຈົ້າເສຍ. \v 17 ເຮົາຈະສົ່ງໄພອຶດຫິວ ແລະ ໄພພິບັດຕ່າງໆ ມາຫາພວກເຈົ້າ ດັ່ງນັ້ນ ເຈົ້າຈະບໍ່ມີລູກ. ໄພພິບັດ ແລະ ການຫລັ່ງເລືອດຈະຜ່ານໂຕເຈົ້າ ແລະ ເຮົາຈະນຳດາບມາຕໍ່ສູ້ເຈົ້າ — ເຮົາ, ແມ່ນພຣະຢາເວຜູ້ໄດ້ປະກາດດັ່ງນີ້ແຫລະ.” |