1 line
2.1 KiB
Plaintext
1 line
2.1 KiB
Plaintext
\v 13 ແລ້ວຊາຍຄົນນັ້ນໄດ້ກ່າວແກ່ຂ້ານ້ອຍວ່າ, “ຫ້ອງທາງທິດເຫນືອ ແລະ ຫ້ອງທາງທິດໃຕ້ກົງກັນຂ້າມເດີ່ນຊັ້ນນອກ ເປັນຫ້ອງບໍຣິສຸດ ບ່ອນທີ່ປະໂລຫິດທັງຫລາຍຜູ້ເຂົ້າໃກ້ພຣະຢາເວ ຈະຮັບປະທານຂອງຖວາຍອັນບໍຣິສຸດທີ່ສຸດ. ພວກເຂົາຈະວາງຂອງຖວາຍອັນບໍຣິສຸດທີ່ສຸດນັ້ນ ໄວ້ບ່ອນນັ້ນ — ເຄື່ອງບູຊາພືດຜົນເປັນເມັດ, ເຄື່ອງບູຊາໄຖ່ບາບ, ເຄື່ອງບູຊາໄຖ່ຄວາມຜິດ — ເພາະວ່າບ່ອນນັ້ນບໍຣິສຸດ. \v 14 ເມື່ອປະໂລຫິດທັງຫມົດເຂົ້າໄປໃນບ່ອນບໍຣິສຸດ, ພວກເຂົາຈະບໍ່ອອກໄປຈາກບ່ອນບໍຣິສຸດເຂົ້າສູ່ເດີ່ນຊັ້ນນອກ, ໂດຍບໍ່ໄດ້ປົດເຄື່ອງແຕ່ງກາຍທີ່ພວກເຂົານຸ່ງປະຕິບັດຫນ້າທີ່ວາງໄວ້ບ່ອນນັ້ນ, ເພາະສິ່ງເຫລົ່ານີ້ບໍຣິສຸດ. ດັ່ງນັ້ນ ພວກເຂົາຈະຕ້ອງນຸ່ງເຄື່ອງແຕ່ງກາຍອື່ນກ່ອນທີ່ພວກເຂົາຈະເຂົ້າໄປໃກ້ປະຊາຊົນ.” |