1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 25 ແລ້ວເຮົາຈະໃຫ້ຄຳຫມັ້ນສັນຍາແຫ່ງສັນຕິສຸກກັບພວກມັນ ແລະ ເອົາສັດຮ້າຍອອກຈາກແຜ່ນດິນ, ເພື່ອວ່າພວກມັນຈະອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານໄດ້ຢ່າງປອດໄພ ແລະ ນອນຢູ່ໃນປ່າໄດ້ຢ່າງປອດໄພ. \v 26 ເຮົາຈະນຳການອ່ວຍພອນມາເຫນືອພວກມັນ ແລະ ສະຖານທີ່ອ້ອມຮອບເນີນພູເຂົາຂອງເຮົາ, ເພື່ອເຮົາຈະສົ່ງຝົນລົງມາຕາມລະດູການ. ນີ້ຈະເປັນສາຍຝົນແຫ່ງພຣະພອນ. \v 27 ແລ້ວຕົ້ນໄມ້ໃນທົ່ງຫຍ້າຈະເກີດຫມາກ, ແລະ ພື້ນດິນຈະເກີດຜົນຜະລິດ. ແກະທຸກໆໂຕຂອງເຮົາຈະມີຊີວິດຢູ່ໃນແຜ່ນດິນຂອງມັນເອງຢ່າງປອດໄພ; ແລ້ວພວກມັນຈະຮູ້ວ່າ ເຮົາຄືພຣະຢາເວ, ເມື່ອເຮົາຫັກແອກຂອງພວກມັນແລ້ວ, ແລະເມື່ອເຮົາຊ່ວຍເຫລືອພວກມັນຈາກມືຂອງຄົນເຫລົ່ານັ້ນທີ່ເຮັດໃຫ້ພວກມັນຕົກເປັນທາດ. |