1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 6 ເມື່ອເຈົ້າເຮັດແບບນີ້ຈົນຄົບມື້ແລ້ວ, ແລ້ວເຈົ້າຈະຕ້ອງນອນລົງເປັນເທື່ອທີສອງ ແຕ່ນອນສະແຄງເບື້ອງຂວາ, ເພື່ອເຈົ້າຈະແບກຄວາມຜິດບາຍຂອງເຊື້ອສາຍຂອງຢູດາ ສີ່ສິບມື້. ເຮົາໄດ້ກຳນົດໃຫ້ເຈົ້າຫນຶ່ງມື້ແທນຫນຶ່ງປີ. \v 7 ຈົ່ງຫັນຫນ້າຂອງເຈົ້າໄປຍັງນະຄອນເຢຣູຊາເລັມທີ່ຖືກລອ້ອມໄວ້, ແລະ ດ້ວຍອ້າແຂນອອກຂອງເຈົ້າ ເຈົ້າຈົ່ງທຳນວາຍຕໍ່ສູ້ນະຄອນນັ້ນ. \v 8 ແລະເບິ່ງແມ໋! ເຮົາຈະເອົາເຄື່ອງຜູກມັດເຈົ້າໄວ້ ເພື່ອເຈົ້າຈະບໍ່ພິກຈາກຂ້າງນີ້ໄປຫາຂ້າງນັ້ນ ຈົນກວ່າເຈົ້າຈະເຮັດຄົບຕາມກຳນົດມື້ຂອງເຈົ້າໃນການອ້ອມຂອງເຈົ້າ. |