1 line
1.4 KiB
Plaintext
1 line
1.4 KiB
Plaintext
\c 19 \v 1 ບົດນີ້, ເຈົ້າຈົ່ງເປັ່ງສຽງຮ້ອງເພງຄ່ຳຄວນຕໍ່ເຈົ້ານໍາທັງຫລາຍອິດສະຣາເອນ. \v 2 ແລະຮ້ອງວ່າ, “ແມ່ຂອງເຈົ້າແມ່ນໃຜ? ນາງສິງໂຕ, ນາງຢູ່ກັບລູກສິງໂຕຕົວນ້ອຍຂອງນາງ; ຢູ່ທ່າມກາງໂຕສິງຫນຸ່ມ ແລະນາງລ້ຽງດູລູກໆຂອງນາງ. \v 3 ນາງຄືຜູ້ລ້ຽງຫນຶ່ງໃນບັນດາລູກໂຕສິງຂອງນາງ, ຕົວຫນຶ່ງໃຫ້ເຕີບໃຫຍ່ຂຶ້ນ ກາຍເປັນສິງໂຕຫນຸ່ມ, ສິງໂຕທີ່ຝຶກຫັດຈັບເຫຍື່ອຂອງມັນ ແລະມັນກໍກັດກິນຄົນ. \v 4 ແລ້ວບັນດາປະຊາຊາດໄດ້ຍິນເລື່ອງຂອງມັນ. ມັນເຂົາກໍຖືກຈັບໄດ້ໃນກັບດັກຂອງພວກເຂົາ, ແລະພວກເຂົາລ່າມໂສ້ໄວ້ ນຳມັນມາຍັງແຜ່ນດິນເອຢິບ. |