1 line
1.0 KiB
Plaintext
1 line
1.0 KiB
Plaintext
\c 14 \v 1 ພວກຜູ້ໃຫຍ່ຂອງອິດສະຣາເອນບາງຄົນມາຫາຂ້ານ້ອຍ ແລະມານັ່ງຢູ່ຕໍ່ຫນ້າຂ້ານ້ອຍ. \v 2 ແລ້ວພຣະທຳຂອງພຣະຢາເວອົງພຣະຜູ້ເປັນເຈົ້າມາເຖິງຂ້ານ້ອຍວ່າ, \v 3 “ບຸດແຫ່ງມະນຸດເອີຍ, ຄົນເຫລົ່ານີ້ໄດ້ຍຶດເອົາຮູບເຄົາລົບຢູ່ໃນໃຈຂອງພວກເຂົາແລະໄດ້ວາງສິ່ງຄວາມຊົ່ວຊ້າຊຶ່ງເຮັດໃຫ້ສະດຸດໄວ້ຕໍ່ຫນ້າພວກເຂົາເອງ. ຄວນທີ່ເຮົາຈະຍອມໃຫ້ພວກເຂົາຖາມເຮົາຫລືບໍ? |