lo_ezk_text_ulb_l3/36/01.txt

1 line
1.9 KiB
Plaintext

\c 36 \v 1 ບັດນີ້ ເຈົ້າບຸດແຫ່ງມະນຸດເອີຍ, ຈົ່ງ​ປະກາດພຣະຄໍາຕໍ່­ສູ້​ບັນ­ດາ​ຫົວ​ພູ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ​ ແລະຈົງກ່າວວ່າ, ຫົວ​ພູ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ​ເອີຍ, ຈົ່ງ​ຟັງ​ພຣະ­ຄຳຂອງ​ພຣະຢາເວ. \v 2 ພຣະຢາເວອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: “ເພາະ​ສັດ­ຕູ​ເວົ້າເຖິງພະເຈົ້າ​ວ່າ, "ດີແລ້ວ!" ແລະວ່າ! " ສະຖານທີ່ສູງ​ແຫ່ງ​ບູ­ຮານ​ນະ​ການ​ເຫລົ່າ­ນັ້ນ ໄດ້​ຕົກ​ເປັນ​ກຳ­ມະ­ສິດ​ຂອງ​ເຮົາ​ແລ້ວ.” \v 3 ເພາະ­ສະ­ນັ້ນ ຈົ່ງພຣະຄໍາ ແລະ​ກ່າວ​ວ່າ, “ ພຣະຢາເວອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະ​ພວກ­ເຂົາ​ໄດ້​ເຮັດ­ໃຫ້​ພວກ​ເຈົ້າ​ຖືກ​ຮ້າງ​ເປົ່າ ແລະ​ການບີບ​ບັງ­ຄັບທີ່ມາແກ່ພວກ​ເຈົ້າ​ທຸກ​ດ້ານ​ຈົນ​ເຈົ້າ​ຕົກ​ເປັນ​ກຳ­ມະ­ສິດ​ຂອງ​ປະ­ຊາ­ຊາດ​ທີ່​ເຫລືອ​ຢູ່ນັ້ນ ແລະ​ພວກເຈົ້າ​ກາຍ­ເປັນຂີ້ປາກ ແລະເປັນ​ທີ່​ນິນ­ທາ​ຂອງ​ປະຊາຊົນ.