1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 23 ເຮົາຈະສົ່ງພະຍາດລະບາດເຂົ້າມາໃນເມືອງນັ້ນ ແລະສົ່ງເລືອດເຂົ້າມາໃນຖະຫນົນຂອງເມືອງນັ້ນ; ຄົນທີ່ຖືກບາດເຈັບຈະລົ້ມລົງທ່າມກາງເມືອງນັ້ນ. ເມື່ອດາບທີ່ຕໍ່ສູ້ເມືອງນັ້ນມາຈາກທຸກດ້ານ, ແລ້ວພວກເຈົ້າຈະຣູ້ວ່າເຮົາແມ່ນພຣະຢາເວ. \v 24 ແລ້ວຈະບໍ່ມີຫນາມທີ່ແທງ ຫລືຫນາມໃຫ່ຍທີ່ສຽບໃຫ້ປວດອີກຕໍ່ໄປຕໍ່ເຊື້ອສາຍອິດສະຣາເອນນັ້ນ ຊຶ່ງມາຈາກພວກທີ່ຢູ່ຮອບໆ ພວກເຂົາທັງຫມົດ ຊຶ່ງເຄີຍດູຫມິ່ນປະຫມາດປະຊາຊົນຂອງເມືອງນັ້ນ, ດັ່ງນັ້ນ ພວກເຂົາຈະຮູ້ວ່າ ເຮົາແມ່ນພຣະຢາເວອົງພຣະຜູ້ເປັນເຈົ້າ. |