1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 11 ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍອີກກ່າວວ່າ, \v 12 “ບຸດແຫ່ງມະນຸດເອີຍ, ຈົ່ງເປັ່ງສຽງຮ້ອງຄ່ຳຄວນເຖິງກະສັດເມືອງຕີເຣ ແລະຈົ່ງກ່າວແກ່ເຂົາວ່າ 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເຈົ້າເປັນເບບຢ່າງຂອງຄວາມສົມບູນ ເຕັມດ້ວຍສະຕິປັນຍາ ແລະມີຄວາມງາມພຽບພ້ອມ. \v 13 ເຈົ້າເຄີຍຢູ່ໃນເອເດັນ ສວນຂອງພຣະເຈົ້າ, ເພັດພອຍທຸກຢ່າງ, ເປັນເຄື່ອງປະດັບຕົວເຈົ້າຄື: ທັບທິມ,ເພັດນິນຈິນດາ, ມໍລະກົດ, ເພັດ, ພອຍຂຽວ, ພອຍສີນ້ຳເຂົ້າ ແລະຢົກ, ເພັດພອຍເຫລົ່ານີ້ປະກອບ ແລະຝັງໃນຕົວເຮືອນທີ່ເຮັດມາຈາກຄຳ, ຊຶ່ງຈັດຕຽມໄວ້ແລ້ວໃນວັນທີ່ສ້າງເຈົ້າຂຶ້ນມາ. |