lo_ezk_text_ulb_l3/30/22.txt

3 lines
1.5 KiB
Plaintext

\v 22 \v 23 \v 24 ເຫດ​ສະ­ນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເບິ່ງ​ແມ ເຮົາ​ເປັນ​ສັດ­ຕູ​ກັບ​ຟາ­ຣາ­ໂອ​ກະ­ສັດ​ແຫ່ງ​ເອ­ຢິບ ເຮົາ​ຈະ​ຫັກ​ແຂນ​ຂອງ​ລາວ ທັງ​ແຂນ​ທີ່​ຍັງ​ແຂງ­ແຮງ ແລະ​ແຂນ​ທີ່​ຫັກ​ແລ້ວ​ນັ້ນ ເຮົາ​ຈະ​ເຮັດ­ໃຫ້​ດາບ​ຫລຸດ​ຈາກ​ມື​ຂອງ​ລາວ
23 ເຮົາ​ຈະ­ໃຫ້​ຄົນ​ເອ­ຢິບ​ກະ­ຈັດ­ກະ­ຈາຍ​ໄປ​ຢູ່​ທ່າມ­ກາງ​ປະ­ຊາ­ຊາດ ແລະ​ຈະ​ກະ­ຈາຍ​ພວກ­ເຂົາ​ໄປ​ຕາມ​ປະ­ເທດ​ຕ່າງໆ
24 ເຮົາ​ຈະ​ເສີມ​ກຳ­ລັງ​ແຂນ​ຂອງ​ກະ­ສັດ​ແຫ່ງ​ບາ­ບີ­ໂລນ ແລະ​ເອົາ​ດາບ​ຂອງ​ເຮົາ​ໃສ່​ມື​ໃຫ້ ແຕ່​ເຮົາ​ຈະ​ຫັກ​ແຂນ​ຂອງ​ຟາ­ຣາ­ໂອ ແລະ​ລາວ​ຈະ​ຮ້ອງ​ຄາງ​ຕໍ່­ຫນ້າ​ເພິ່ນ​ເຫມືອນ​ດັ່ງ​ຄົນ​ຖືກ​ບາດ­ເຈັບ​ໃກ້​ຈະ​ຕາຍ