lo_ezk_text_ulb_l3/30/06.txt

1 line
1.1 KiB
Plaintext

\v 6 ພຣະຢາເວຊົງ​ກ່າວ​ດັ່ງ­ນີ້​ວ່າ: ດັ່ງນັ້ນ ພວກທີ່​ສະ­ຫນັບ­ສະ­ຫນູນ​ເອ­ຢິບ​ຈະ​ລົ້ມ­ຈົມ ແລະຄວາມພາກພູມໃນພະລັງ​ຂອງ​ເມືອງນັ້ນ​ຈະ​ລົດລົງ­. ຕັ້ງແຕ່​ມິກ­ໂດນ​ໄປ​ເຖິງ​ສີ­ເອ­ເນ ພວກທະນາຫານຂອງພວກເຂົາຈະ​ລົ້ມ­ລົງ​­ໃນ​ທີ່​ນັ້ນ​ດ້ວຍ​ດາບ - ພຣະຢາເວ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້­ແຫລະ. \v 7 ພວກເຂົາຈະຢ້ານກົວໃນທ່າມກາງແຜ່ນດິນທີ່ະ​ຮ້າງ​ເປົ່າ​ ແລະ​ເມືອງ​ຕ່າງໆຂອງພວກເຂົາ​ຈະ​ຢູ່​ທ່າມ­ກາງຂອງບັນດາເມືອງຖືກ​ຖິ້ມ​ໃຫ້​ຮ້າງ​ເປົ່າ.