1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 13 ແຕ່ເຊື້ອສາຍອິສຣາເອນໄດ້ກະບົດຕໍ່ເຮົາໃນຖິ່ນແຫ້ງແລ້ງກັນດານ. ພວກເຂົາບໍ່ໄດ້ດຳເນີນຕາມພຣະທຳຂອງເຮົາ; ແຕ່ພວກເຂົາໄດ້ປະຕິເສດຂໍ້ຕັດສິນຂອງເຮົາ, ຊຶ່ງຖ້າໃຜເຊື່ອຟັງສິ່ງເຫລົ່ານັ້ນຈະດຳລົງຊີວິດຢູ່ໄດ້. ແຕ່ພວກເຂົາລົບລູ່ບັນດາສະບາໂຕຂອງເຮົາ. ດັ່ງນັ້ນ ເຮົາຈຶ່ງກ່າວວ່າ, ເຮົາຈະລະບາຍຄວາມໂກດຂອງເຮົາອອກເຫນືອພວກເຂົາໃນຖິ່ນແຫ້ງແລ້ງກັນດານ ເພື່ອທຳລາຍພວກເຂົາຫມົດສີ້ນໄປ. \v 14 ແຕ່ເຮົາກໍເຮັດໂດຍເຫັນແກ່ນາມຂອງເຮົາເອງ ເພື່ອບໍ່ໃຫ້ນາມນັ້ນເຊື່ອມກຽດໃນສາຍຕາຂອງປະຊາຊາດທັງຫລາຍ, ຄືຕໍ່ຫນ້າຜູ້ທີ່ເຮົາໄດ້ນຳເຂົາອອກຈາກເອຢິບ. |