1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 17 ແຕ່ປະຊາຊາດຂອງເຈົ້າຍັງກ່າວວ່າ, "ວິທີທາງຂອງອົງພຣະຜູ້ເປັນເຈົ້າຜູ້ເຈົ້າບໍ່ຍຸດຕິທຳ!" ແຕ່ວິທີທາງຂອງພວກເຈົ້ານັ້ນແຫລະທີ່ບໍ່ຖືກຕ້ອງ. \v 18 ເມື່ອຄົນຊອບທຳຫັນກັບຈາກຄວາມຊອບທຳ ແລະເຮັດບາບ, ເຂົາຈະຕ້ອງຕາຍເພາະບາບເຫລົ່ານັ້ນ. \v 19 ເມື່ອຄົນຊົ່ວຫັນຈາກຄວາມຊົ່ວຂອງເຂົາ, ແລະເຮັດສິ່ງຍຸດຕິທຳ ແລະຊອບທຳ, ເຂົາຈະມີຊີວິດຢູ່ໄດ້ດ້ວຍສິ່ງເຫລົ່ານັ້ນ. \v 20 ແຕ່ຊົຊາດເຈົ້າຍັງກ່າວວ່າ"ວິທີທາງຂອງອົງພຣະຜູ້ເປັນເຈົ້າຜູ້ເຈົ້າບໍ່ຍຸດຕິທຳ!" ໂອ ເຊື້ອສາຍອິດສະຣາເອນເອີຍ, ເຮົາຈະພິພາກສາເຈົ້າຕາມການປະພຶດຂອງເຈົ້າແຕ່ລະຄົນ!” |