1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 8 ພວກເຂົາຈະຊຸກເຈົ້າລົງໄປໃນຂຸມຝັງສົບຄົນຕາຍ, ແລະເຈົ້າຈະຕາຍເປັນສົບເຫມືອນກັບຄົນທີ່ຕາຍໃນໃຈທະເລທັງຫລາຍ. \v 9 ເຈົ້າຍັງຈະກ່າວອີກບໍວ່າ, "ຂ້ອຍເປັນເທບພະເຈົ້າ "ຕໍ່ຫນ້າຄົນທີ່ຂ້າເຈົ້າບໍ? ເຈົ້າເປັນພຽງແຕ່ມະນຸດ ບໍ່ແມ່ນເທບພະເຈົ້າ, ແລະເຈົ້າຈະຢູ່ໃນມືຂອງຄົນທີ່ຂ້າເຈົ້າ. \v 10 1ເຈົ້າຈະຕາຍເຫມືອນຄົນທີ່ບໍ່ໄດ້ເຂົ້າພິທີຕັດ ດ້ວຍມືຂອງຄົນຕ່າງດ້າວ, ເພາະເຮົາໄດ້ລັ່ນຄຳເວົ້າແລ້ວ- ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ. |