1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 24 ພວກເຂົາຈະມາຕໍ່ສູ້ເຈົ້າດ້ວຍອາວຸດທັງຫມົດ, ດ້ວຍລົດມ້າຮົບ ແລະກວຽນ, ແລະພ້ອມຊົນຊາດທັງຫລາຍເປັນຈຳນວນຫລາຍ. ພວກເຂົາຈະໃຊ້ໂລ່ໃຫ່ຍ, ໂລເລັກ, ແລະຫມວກເຫລັກຕັ້ງຕົນຕໍ່ສູ້ກັບເຈົ້າທຸກດ້ານ. ເຮົາຈະມອບໂອກາດໃຫ້ເຂົາລົງໂທດເຈົ້າ, ແລະພວກເຂົາຈະລົງໂທດເຈົ້າ ດ້ວຍການກະທຳຂອງເຂົາ. \v 25 ເພາະເຮົາຈະມຸ່ງຄວາມຫວງແຫນຂອງເຮົາຕໍ່ເຈົ້າແລະພວກເຂົາຈະເຮັດກັບເຈົ້າດ້ວຍຄວາມໂກດ. ພວກເຂົາຈະຕັດດັງ ແລະຕັດຫູຂອງເຈົ້າອອກເສຍ, ແລະພວກເຈົ້າທີ່ລອດຈະລົ້ມລົງດ້ວຍດາບ. ພວກເຂົາຈະຈັບລູກຊາຍ, ແລະລູກສາວທັງຫລາຍຂອງເຈົ້າ, ແລະພວກເຈົ້າທີ່ລອດຈະຖືກເຜົາດ້ວຍໄຟ. |