lo_ezk_text_ulb_l3/47/18.txt

1 line
1.4 KiB
Plaintext

\v 18 ທາງ​ດ້ານ​ຕາ­ເວັນ​ອອກ ລະຫວ່າງ​ເມືອງ​ຮາ­ອູ­ຣານ ແລະ​ດາ­ມາ­ເຊ ແລະລະ­ຫວ່າງ​ກິ­ເລ­ອາດ​ກັບ​ແຜ່ນ­ດິນ​ອິດສະຣາເອນ ກໍຈະເປັນ​ແມ່­ນ້ຳ​ຢໍ­ແດນ. ເຈົ້າຕ້ອງ​ວັດ­ແທກຈາກເຂດນີ້ເຖິງທາງຕາເວັນອອກ ທັງຫມົດນີ້ຈະເປັນ​ເຂດ​ດ້ານ​ຕາ­ເວັນ​ອອກ. \v 19 ແລ້ວທາງດ້ານ​ໃຕ້​, ທາງທິດໃຕ້ຂອງຕາ­ມາ ຈົນ​ຮອດ​ນ້ຳ​​ເມ­ຣີ­ບາ-ກາ­ເດັດ ​ເລື້ອຍ​ໄປ​ຕາມ​ແມ່­ນ້ຳອິຢິບ​ເຖິງ​ທະ­ເລ​ໃຫຍ່ ແລະດ້ານໃຕ້​ນີ້​ເປັນ​ເຂດ​ທາງ​ທິດໃຕ້. \v 20 ເຂດແດນທາງ​ດ້ານ​ຕາ­ເວັນ­ຕົກຈະເປັນ ທະ­ເລ​ໃຫຍ່​​ເລື້ອຍ​ໄປ​ຈົນ​ຮອດ​ບ່ອນ​ທີ່­ຢູ່​ກົງ­ກັນ­ຂ້າມ​ເມືອງ​ຮຳ­ມາດ. ອັນ​ນີ້​ເປັນ​ເຂດ­ແດນ​ທາງ​ຕາ­ເວັນ­ຕົກ.