1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 9 ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ໂອ ບັນດາເຈົ້າເມືອງຂອງອິດສະຣາເອນເອີຍ! ຈົ່ງເລີກການທາລຸນ ແລະການກົດຂີ່ຂົ່ມເຫັງເສຍ; ຈົ່ງເຮັດຄວາມຖືກຕອ້ງ, ຍຸດຕິທຳ! ແລະເລີກຂັບໄລ່ປະຊາຊົນຂອງເຮົາ-ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ. \v 10 ເຈົ້າຕ້ອງໃຊ້ເຄື່ອງຊີງຊັ່ງທີ່ທ່ຽງຕົງເອຟາແລະບາດທີ່ທ່ຽງທຳ. \v 11 ເອຟາຈະເທົ່າບາດ! ເອຟາແລະບາດນັ້ນ ລ້ວນເປັນຫນ່ວຍດຽວກັບ. ດັ່ງນັນ ຫນຶ່ງບາດເທົ່າກັບຫນຶ່ງໃນສິບຂອງໂຮເມ ແລະເອຟາເທົ່າກັບຫນຶ່ງໃນສິບຂອງໂຮເມ.ໂຮເມເປັນເຄື່ອງວັດແທກມາດຕະຖານການທ່ຽງຕົງ. \v 12 ຫນຶ່ງເຊເຂເທົ່າກັບຊາວຫ້າເຊເຂ ແລະຫົກສິບເຊເຂເທົ່າກັບຫນຶ່ງມິເນສຳລັບເຈົ້າ. |