lo_ezk_text_ulb_l3/31/17.txt

1 line
1.5 KiB
Plaintext

\v 17 ເພາະພວກເຂົາໄດ້​ລົງ​ໄປ​ຍັງແດນຄົນຕາຍພ້ອມ​ກັບມັນ​, ໄປ​ຍັງບັນ­ດາ​ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ. ຄື​ບັນ­ດາ​ຜູ້​ທີ່​ກຳລັງເຂັ້ມແຂງ ແລະ ບັນດາປະຊາຊາດທີ່ຢູ່ກ້ອງ​ຮົ່ມ​ເງົາ​ຂອງມັນ. \v 18 ດັ່ງ­ນີ້ ຕົ້ນໄມ້ຕົ້ນໃດໃນສວນເອເດັນທີ່ມີຄວາມເທົ່າທຽມໃນຄວາມຮຸ່ງເຮືອງ ແລະ ຄວາມຍິ່ງໃຫຍ່ຂອງເຈົ້າບໍ? ເພາະເຈົ້າຈະຖືກນຳລົງມາພ້ອມກັບຕົ້ນໄມ້ຂອງເອ­ເດັນ​ໄປ​ຍັງເບື້ອງລຸ່ມສຸດຂອງແຜ່ນດິນທ່າມກາງ​ຜູ້​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ; ເຈົ້າຈະຢູ່ກັນກັບພວກທີ່ຖືກຂ້າດ້ວຍດາບ.' ນີ້​ຄື​ຟາ­ຣາ­ໂອ ແລະ​ ບັນ­ດາ​ປະ­ຊາ­ຊົນ​ທັງ​ຫມົດ​ຂອງ​ເຂົາ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​."