lo_ezk_text_ulb_l3/25/06.txt

1 line
1.3 KiB
Plaintext

\v 6 ເພາະ​ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເພາະເຈົ້າ​ໄດ້​ຕົບ­ມື ແລະ ​ທືບ​ຕີນ, ແລະ ຄວາມ​ປີ­ຕິ​ຍິນດີດ້ວຍ​ໃຈ​ຫມິ່ນປະຫມາດ​ຕໍ່ສູ້​ແຜ່ນ­ດິນ​ອິດສະຣາເອນ. \v 7 ເພາະ­ສະ­ນັ້ນ, ເບິ່ງ​ແມ໋! ເຮົາ​ຈະປະທ້ວງເຈົ້າດ້ວຍມືຂອງເຮົາ ແລະ ​ຈະ​ມອບ​ເຈົ້າ​ໄວ້​ແກ່​ປະ­ຊາ­ຊົນ​ທັງ­ຫລາຍ​ເຫມືອນ­ເປັນ​ຂອງ​ປຸ້ນ. ເຮົາ​ຈະ​ຕັດ​ເຈົ້າ​ອອກ­ຈາກ​ຊົນ­ຊາດ​ທັງ­ຫລາຍ ແລະ​ ເຮົາຈະ​ເຮັດ­ໃຫ້​ເຈົ້າ​ຈິບ­ຫາຍ​ໄປ​ໃນທ່າມກາງ​ປະ­ເທດທັງຫລາຍ! ເຮົາ​ຈະ​ທຳ­ລາຍ​ເຈົ້າ, ແລະ​ ເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນ​ພຣະ­ຢາເວ.'