1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 15 ດັ່ງນັ້ນ ເຮົາກໍໄດ້ຍົກມືຂອງເຮົາສາບານຕໍ່ພວກເຂົາໃນຖິ່ນແຫ້ງແລ້ງກັນດານວ່າ ເຮົາຈະບໍ່ນຳພວກເຂົາມາໃນແຜ່ນດິນຊຶ່ງເຮົາໄດ້ໃຫ້ແກ່ພວກເຂົາ, ຊຶ່ງເປັນແຜ່ນດິນທີ່ມີນ້ຳນົມ ແລະນ້ຳເຜິ້ງໄຫລບໍລິບູນ, ມັນເປັນເຄື່ອງປະດັບທີ່ສວຍງາມທີ່ສຸດໃນບັນດາແຜ່ນດິນທັງຫລາຍ. \v 16 ເຮົາໄດ້ສາບານເພາະພວກເຂົາໄດ້ປະຕິເສດບໍ່ຮັບຂໍ້ບັນຍັດຂອງເຮົາ ແລະ ບໍ່ດຳເນີນຕາມພຣະທຳຂອງເຮົາ, ແລະ ພວກເຂົາໄດ້ລົບລູ່ບັນດາສະບາໂຕຂອງເຮົາ, ເພາະວ່າຈິດໃຈຂອງພວກເຂົາໄປຕິດຕາມຮູບເຄົາລົບຂອງຕົນ. \v 17 ເຖິງປານນັ້ນກໍດີ ໃນຕາຂອງເຮົາກໍຍັງມີຄວາມປານີຕໍ່ການທຳລາຍຂອງພວກເຂົາ ແລະ ເຮົາບໍ່ໄດ້ທຳລາຍພວກເຂົາໃຫ້ສູນສີ້ນໄປໃນຖິ່ນແຫ້ງແລ້ງກັນດານນັ້ນ. |