1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 8 ແຕ່ພວກເຂົາໄດ້ກະບົດຕໍ່ເຮົາ ແລະ ບໍ່ຍອມເຊື່ອຟັງເຮົາ. ພວກເຂົາແຕ່ລະຄົນບໍ່ຍອມປະຖິ້ມສິ່ງທີ່ຫນ້າກຽດຊັງໄປຈາກສາຍຂອງເຂົາເສຍ ຫລື ປະຖິ້ມຮູບເຄົາລົບທັງຫລາຍຂອງເອຢິບ, ດັ່ງນັ້ນ ເຮົາຕັ້ງໃຈທີ່ຈະຖອກເທຄວາມໂກດຮ້າຍຂອງເຮົາອອກເຫນືອພວກເຂົາ ເພື່ອໃຫ້ສະສົມກັບຄວາມໂກດຮ້າຍຂອງເຮົາມີຕໍ່ພວກເຂົາໃນທ່າມກາງແຜ່ນດິນເອຢິບ. \v 9 ເຮົາເຮັດເພື່ອເຫັນແກ່ນາມຂອງເຮົາ ເພື່ອຈະບໍ່ຍອມໃຫ້ພຣະນາມນັ້ນຖືກຫມິ່ນປະຫມາດໃນສາຍຕາປະຊາຊາດທັງປວງ ທີ່ອາໄສຢູ່ທີ່ນັ້ນ. ເຮົາຈຶ່ງໄດ້ສະແດງຕົນໃຫ້ພວກເຂົາຮູ້, ແລະ ເຫັນດ້ວຍສາຍຕາຂອງພວກເຂົາໂດຍການນຳພວກເຂົາອອກມາຈາກແຜ່ນດິນເອຢິບ. |