1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 19 ເພາະສະນັ້ນ ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເຮົາມີຊີວິດຢູ່ສັນໃດ ມັນບໍ່ແມ່ນຄຳສາບານຂອງເຮົາທີ່ລາວໄດ້ຫມິ່ນປະຫມາດ ແລະ ລະເມີດພັນທະສັນຍາແມ່ນບໍ? ເຮົາຈະນຳການລົງໂທດມາຕົກໃສ່ຫົວຂອງລາວນັ້ນ! \v 20 ເຮົາຈະກາງແຫຂອງເຮົາອອກຄຸບລາວ, ແລະ ລາວຈະຕິດກັບດັກຂອງເຮົາ. ແລ້ວເຮົາຈະນຳລາວເຂົ້າໄປໃນບາບີໂລນ ແລະ ພິພາກສາລາວຢູ່ບ່ອນນັ້ນສຳລັບການກະບົດຂອງລາວທີ່ລາວໄດ້ທໍລະຍົດຕໍ່ເຮົາ. \v 21 ສ່ວນພວກທີ່ລີ້ໄພທັງຫມົດຂອງກອງທັບຈະລົ້ມລົງດ້ວຍຄົມດາບ, ແລະ ພວກທີ່ເຫລືອຢູ່ຈະກະຈັດກະຈາຍໄປໃນທຸກທິດທຸກທາງ. ແລ້ວພວກເຈົ້າຈະຮູ້ວ່າ ເຮົາແມ່ນພຣະຢາເວ; ເຮົາໄດ້ປະກາດແລ້ວວ່າເຫດການນັ້ນຈະເກີດຂື້ນ.” |