1 line
1.2 KiB
Plaintext
1 line
1.2 KiB
Plaintext
\c 17 \v 1 ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ, ກ່າວວ່າ, \v 2 “ບຸດແຫ່ງມະນຸດເອີຍ, ຈົ່ງຍົກຄຳປິດສະຫນາ ແລະ ກ່າວຄຳອຸປະມາແກ່ເຊື້ອສາຍອິດສະຣາເອນ. \v 3 ໃຫ້ກ່າວວ່າ, ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ມີນົກອິນຊີໃຫຍ່ໂຕຫນຶ່ງ ມີປີກໃຫຍ່ ແລະ ຂົນປີກກໍຍາວ, ທັງມີຂົນຫລາຍ ແລະ ມີຫລາຍສີ ໄດ້ ໄປຍັງເລບານອນ ແລະ ຈັບເທິງຍອດຕົ້ນແປກ. \v 4 ມັນໄດ້ເດັດຍອດກິ່ງອ່ອນ ແລະ ກໍໄດ້ຄາບໄປຍັງແຜ່ນດິນແຫ່ງຄານາອັນ; ແລະ ມັນໄດ້ປູກໃນເມືອງຂອງພໍ່ຄ້າທັງຫລາຍ. |