lo_ezk_text_ulb_l3/10/09.txt

1 line
1.3 KiB
Plaintext

\v 9 ດັ່ງນັ້ນ ຂ້ານ້ອຍໄດ້ເຫັນ, ແລະ ເບິ່ງແມ! ກົງລໍ້ສີ່ວົງຢູ່ຂ້າງເຫລົ່າ​ເຄ­ຣຸບ—ກົງລໍ້ແຕ່ລະອັນຢູ່ທາງຂ້າງເຄຣຸບແຕ່ລະໂຕ— ແລະ ຮູບຮ່າງຂອງບັນດາກົງລໍ້ນັ້ນເຫມືອນ​ກັບ​ຫີນເບຣິກ. \v 10 ຮູບຮ່າງຂອງພວກມັນເບິ່ງເຫມືອນກັບ​​ກົງລໍ້ທັງສີ່, ເຫມືອນ​ກັບ​ກົງ​ລໍ້​ທີ່ຊ້ອນ​ໃນກົງ​ລໍ້ອີກອັນຫນຶ່ງ. \v 11 ເມື່ອ​ພວກມັນເຄື່ອນໄປ, ພວກມັນກໍໄປທາງໃດທາງຫນຶ່ງໃນສີ່ທາງ ໂດຍບໍ່ໄດ້ຫັນໄປຕາມທາງທີ່ຈະໄປ. ແຕ່ວ່າ, ເມື່ອໃດກໍຕາມທີ່ຫົວນັ້ນໄດ້ມຸ້ງຫນ້າໄປ, ພວກມັນກໍໄດ້ຕາມໄປ. ໃນຂະນະທີ່ພວກມັນໄປ ພວກມັນກໍບໍ່ໄດ້ຫລຽວໄປໃນທິດທາງໃດເລີຍ.