1 line
1.9 KiB
Plaintext
1 line
1.9 KiB
Plaintext
\v 8 ແຕ່ເຮົາຈະຮັກສາຄົນທີ່ເຫລືອທ່າມກາງພວກເຈົ້າໄວ້ຫນ້ອຍຫນຶ່ງ, ແລະ ຈະມີບາງຄົນລອດພົ້ນຈາກຄົມດາບໃນທ່າມກາງປະຊາຊາດທັງຫລາຍ, ເມື່ອພວກເຈົ້າໄດ້ກະຈັດກະຈາຍໄປຢູ່ໃນປະເທດຕ່າງໆ. \v 9 ແລ້ວພວກຜູ້ທີ່ຫນີລອດໄດ້ນັ້ນ ກໍຈະລະນຶກເຖິງເຮົາ ໃນທ່າມກາງປະຊາຊາດທີ່ພວກເຂົາຖືກກວາດໄປເປັນຊະເລີຍນັ້ນ, ເພາະເຮົາເສຍພຣະໄທເນື່ອງດ້ວຍໃຈບໍ່ສັດຊື່ຂອງພວກເຂົາທີ່ໄດ້ຫັນຫນີຈາກເຮົາ, ແລະ ເພາະດ້ວຍຕາຂອງພວກເຂົາທີ່ໂຫຍຫາຮູບເຄົາລົບຂອງພວກເຂົາ. ແລ້ວພວກເຂົາຈະສະກຽດຊັງຕົນເອງ ເນື່ອງດ້ວຍຄວາມຊົ່ວທັງຫລາຍ ຄືໄດ້ເຮັດໃນສິ່ງຫນ້າລັງກຽດທັງຫລາຍຂອງພວກເຂົາ. \v 10 ແລ້ວພວກເຂົາຈະຮູ້ວ່າ ເຮົາແມ່ນພຣະຢາເວ. ເຮົາບໍ່ໄດ້ກ່າວສິ່ງເຫລົ່ານີ້ລ້າໆ, ເຮົາຈະນຳສິ່ງຊົ່ວຮ້າຍນີ້ຫາພວກເຂົາ. |