1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 4 ແຕ່ເຮົາຈະເອົາເບັດກ່ຽວຄາງຂອງເຈົ້າ ແລະຈະເຮັດໃຫ້ປາ ໃນແມ່ນ້ຳໄນຂອງເຈົ້າຕິດກັບເກັດທັງຫລາຍຂອງເຈົ້າ; ແລະເຮົາຈະລາກເຈົ້າຂຶ້ນມາຈາກກາງແມ່ນ້ຳຂອງເຈົ້າ ພ້ອມກັບປາທັງຫລາຍໃນແມ່ນ້ຳ ຊຶ່ງຕິດຢູ່ກັບເກັດທັງຫລາຍຂອງເຈົ້າ. \v 5 ເຮົາຈະໂຍນເຈົ້າເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. ທັງຕົວເຈົ້າ ແລະປາໃນແມ່ນ້ຳທັງຫລາຍຂອງເຈົ້າ ເຈົ້າຈະຕົກລົງພື້ນທົ່ງນາທີ່ເປົ່າວ່າງ; ເຈົ້າຈະບໍ່ຖືກເກັບ ຫລືຮວບຮວມໄວ້. ເຮົາໄດ້ມອບເຈົ້າໄວ້ໃຫ້ເປັນອາຫານຂອງສິ່ງທີ່ມີຊີວິດເທິງແຜ່ນດິນ ແລະນົກໃນຟ້າທັງຫລາຍ. |