1 line
1.5 KiB
Plaintext
1 line
1.5 KiB
Plaintext
\c 29 \v 1 ໃນວັນທີສິບສອງ, ເດືອນສິບ, ປີທີສິບ ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍອີກກ່າວວ່າ, \v 2 “ບຸດແຫ່ງມະນຸດເອີຍ, ຈົ່ງມຸ່ງຫນ້າຂອງເຈົ້າຕໍ່ສູ້ຟາຣາໂອກະສັດແຫ່ງເອຢິບ, ຈົ່ງປະກາດພຣະຄຳກ່າວໂທດກະສັດ ແລະເອຢິບທັງຫມົດ. \v 3 ຈົ່ງປະກາດ ແລະກ່າວວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ! ເຮົາເປັນສັດຕູກັບເຈົ້າ, ຟາຣາໂອ, ກະສັດແຫ່ງເອຢິບເອີຍ. ເຈົ້າຜູ້ເປັນສັດຮ້າຍທີ່ໃນທະເລ ຊຶ່ງຫລົບຊ້ອນຢູ່ໃນນໍ້າ, ຜູ້ກ່າວວ່າ, ‘ແມ່ນ້ຳນີ້ເປັນຂອງຂ້ອຍ ຂ້າໄດ້ສ້າງມັນຂື້ນມາເພື່ອຕົວຂ້າເອງກໍເປັນຂອງຂ້ອຍ." |