1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 7 ພຣະອົງກ່າວກັບພວກເຂົາວ່າ, “ຈົ່ງເຮັດໃຫ້ພຣະວິຫານເປັນມົນທິນ, ຈົ່ງຖິ້ມຜູ້ທີ່ຖືກຂ້າໃຫ້ເຕັມເດີ່ນເມືອງ ຈົ່ງໄປສາ!” ດັ່ງນັ້ນ ພວກເຂົາທັງຫລາຍຈຶ່ງອອກໄປ ແລະຂ້າຟັນຄົນທົ່ວນະຄອນ. \v 8 ຂະນະທີ່ພວກເຂົາກຳລັງຂ້າຟັນຢູ່ນັ້ນ, ຂ້າພະເຈົ້າກໍຢູ່ແຕ່ຜູ້ດຽວ ແລະຂ້າພະເຈົ້າກໍກົ້ມຫນ້າລົງເຖິງດິນ ແລະຮ້ອງທູນຂໍວ່າ, “ອະນິດຈັງ! ພຣະຢາເວ ພຣະຜູ້ເປັນເຈົ້າ, ພຣະອົງຈະຊົງໄດ້ທຳລາຍຄົນອິດສະຣາເອນທີ່ເຫລືອຢູ່ນັ້ນທັງຫມົດ ດ້ວຍພຣະພີໂລດທີ່ຊົງລະບາຍເຫນືອນະຄອນເຢຣູຊາເລັມຄັ້ງນີ້ ຫລືບໍ?” |